ຂ່າວ

ນັກສຶກສາສຳເລັດຝຶກງານທີ່ຫ້ອງການພົວພັນຕ່າງປະເທດ

ວັນທີ​ 27 ມີນາ​ 2024​ ເວລາ​ 14.00​ ນາທີ​ ທີ່ຫ້ອງ​ການພົວພັນ​ຕ່າງ​ປະເທດ, ມະຫາ​ວິທະຍາໄລ​ ສຸພານຸວົງ​ ໄດ້ມີພິທີມອບຮັບນັກສຶກສາ​ ມະຫາ​ວິທະຍາໄລ​ ສຸພານຸວົງ​ ສາຂາພາສາຈີນ ຈຳນວນ​ 2 ນ້ອງ​ ​ມາຝືກງານນຳຫ້ອງ​ການພົວພັນ​ຕ່າງປະເທດ ເປັນເວລາ​ 2 ເດືອນ,​ ນອກຈາກນັ້ນທາງຫ້ອງການຍັງໄດ້ກ່າວລາຍງານສະຫລຸບການເຄື່ອນໄຫວຂອງນັກສຶກສາໃຫ້ໄດ້ຮັບ​ຊາບ,​ປະຈຸບັນການຝຶກງານຂອງນັກສຶກສາກໍໄດ້ຝຶກສຳເລັດຕາມຫນ້າທີ ເປັນກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ​ ທອງຄຳ ຮຸ່ງສະຫວາດ​ ຫົວໜ້າ​ຫ້ອງການ​ພົວຕ່າງປະເທດ ມສ,​ແລະຕາງຫນ້າໃຫ້ຄະນະພາສາສາດ, ຄູອາຈານ​ ເຂົ້າ​ຮ່ວມມອບຮັບນັກສຶກສາ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: iro​ su

ນັກສຶກສາສຳເລັດຝຶກງານທີ່ຫ້ອງການພົວພັນຕ່າງປະເທດ Read More »

ຄະນະຜູ້ແທນຈາກວິທະຍາໄລ ເສດຖະກິດ-ການເງິນ ຢູນນານ, ສປ ຈີນ ໄດ້ມາຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ​

ໃນວັນທີ 23 ມີນາ 2024, ເວລາ 10:00 – 11:30 ໂມງ, ທີ່ຫ້ອງປະຊຸມຊັ້ນ 2, ຕຶກສໍານັກງານອະທິການບໍດີ.​ ມະຫາ​ວິທະຍາໄລ​ ສຸພານຸວົງ​ ໄດ້ຕ້ອນຮັບແຂກ​ ຄະນະຜູ້ແທນຈາກວິທະຍາໄລ ເສດຖະກິດ-ການເງິນ ຢູນນານ, ສປ ຈີນ ນຳພາໂດຍທ່ານຮອງຫົວຫນ້າພະແນກສຶກສາແຂວງຢຸນນານໄດ້ມາຢ້ຽມຢາມ​ ມສ,​ ຈຸດປະສົງເພື່ອປຶກສາຫາລືການຮ່ວມມືດ້ານວິຊາການ ຮ່ວມກັບມະຫາວິທະຍາໄລ​ ສຸພານຸວົງ​ ໂດຍສະເພາະຮ່ວມມືການສ້າງບຸກຄະລາກອນພາສາຈີນ,​ ແລະການແລກປ່ຽນນັກສຶກສາ,​ການຄົ້ນຄ້ວາວິໄຈຮ່ວມກັນ ນອກຈາກນັ້ນທັງສອງຝ່າຍກໍ່ຍັງໄດ້ລາຍງານສະພາບການເຄື່ອນໄຫວຂອງສະຖາບັນໃຫ້ໄດ້ຮັບຊາບ ເປັນກຽດເຂົ້າຮ່ວມໂດຍ ຮສ.ປອ.​ວົງປະສິດ ຈັນທະຄູນ ຮອງອະທິການບໍດີ ມສ, ຜູ້ບໍລິຫານ​ການສຶກສາ​ທັງສອງຝ່າຍ​ເຂົ້າຮ່ວມ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: iro​ su

ຄະນະຜູ້ແທນຈາກວິທະຍາໄລ ເສດຖະກິດ-ການເງິນ ຢູນນານ, ສປ ຈີນ ໄດ້ມາຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

ຄະນະນຳ​ ມສ​ ໂອ້ລົມ​ ແລະໃຫ້ທິດຊິນຳຫ້ອງການພົວພັນຕ່າງປະເທດ

ວັນທີ​ 19 ມີນາ​ 2024​ ເວລາ​ 15:00 ນາທີ​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ຄະນະນຳ ມສ​ ໄດ້ມາໂອ້ລົມ ແລະ​ແນະນຳທິດຊິແນວທາງໃຫ້ກັບວຽກງານພົວພັນຕ່າງປະເທດ ໄປສູ່ເປົ້າຫມາຍຂອງມະຫາວິທະຍາໄລວາງອອກ ແລະ​ທາງຫ້ອງການພົວພັນຕ່າງປເທດກໍ່ຍັງໄດ້ລາຍງານການເຄື່ອນໄຫວວຽກງານຕ່າງໆ ທີ່ຮ່ວມມືກັບຕ່າງປະເທດ ນອກຈາກນັ້ນຍັງໄດ້ສະເຫນີປັນຫາທີ່ຍັງຄ້າງຄາຂໍ້ຫຍຸ້ງຍາກໃຫ້ທາງຄະນະນຳຮັບຊາບ ເພື່ອເປັນແນວທາງປັບປຸງແລະແກ້ໄຂຕໍ່ໄປ ເປັນກຽດເຂົ້າຮ່ວມໂດຍ​ ທ່ານ​ ຮສ.​ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ແທນ​ອະທິການ​ບໍ​ດີ​ ມສ, ທ່ານຮອງອະທິການບໍດີ, ຫົວຫນ້າ​ຫ້ອງການ, ພະນັກງານຄູອາຈານເຂົ້າຮ່ວມ ລາຍງານໂດຍ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: iro​ su

ຄະນະນຳ​ ມສ​ ໂອ້ລົມ​ ແລະໃຫ້ທິດຊິນຳຫ້ອງການພົວພັນຕ່າງປະເທດ Read More »

ຜົນສຳເລັດຄັ້ງທຳອິດຂອງການຮ່ວມມືທາງວິຊາການ ແລະ ວິທະຍາສາດ ລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລ ຕວກ

ຜົນສຳເລັດຄັ້ງທຳອິດຂອງການຮ່ວມມືທາງວິຊາການ ແລະ ວິທະຍາສາດ ລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລ ຕວກ ອານຸສິດ ວັນນະຜົນ, ມະຫາວິທະຍາໄລ ສຸພານຸວົງ Marc Desmet, ມະຫາວິທະຍາໄລ ຕວກ ກອບການຮ່ວມມືລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລ ຕວກ ມະຫາວິທະຍາໄລ ຕວກ ແລະ ມະຫາວິທະຍາໄລ ສຸພານຸວົງ ໄດ້ລົງນາມໃນກອບຂໍ້ຕົກລົງຮ່ວມມື ແລະ ໂຄງການ Dear Water ຢູ່ແຂວງຫຼວງພະບາງ ກໍເປັນສ່ວນໜຶ່ງໃນນັ້ນ ແລະ ເປັນຄັ້ງທຳອິດທີ່ສອງສະຖານບັນສະຖາບັນການສຶກສາ ແລະ ຄົ້ນຄວ້າຊັ້ນສູງ ຂອງປະເທດລາວ ແລະ ປະເທດຝຣັ່ງ ,ການຮ່ວມືໃນຄັ້ງນີ້ ມັນເປັນຂະບວນການຮ່ວມມືໃນໄລຍະຍາວ ນັບຕັ້ງແຕ່ມີແນວຄວາມຄິດດັ່ງກ່າວໄດ້ເກີດຂື້ນ ໃນທາມກາງໂລກລະບາດ. ທ່ານ ຮອງສາດສະດາຈານ ວິໄຊ ຈັນສະຫວ່າງ † ອາດີດອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ 2023

ຜົນສຳເລັດຄັ້ງທຳອິດຂອງການຮ່ວມມືທາງວິຊາການ ແລະ ວິທະຍາສາດ ລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລ ຕວກ Read More »

ພະນັກງານຄູ-ອາຈານສອນພາສາອັງກິດ​ ມສ​ ຈຳນວນ​ 34 ທ່ານ ເຂົ້າຮ່ວມເຝິກອົບຮົມການສອນພາສາອັງກິດໃນຍຸກໃໝ່

ພະນັກງານຄູ-ອາຈານສອນພາສາອັງກິດ​ຈຳນວນ​ 34 ທ່ານ ເຂົ້າຮ່ວມເຝິກອົບຮົມການສອນພາສາອັງກິດໃນຍຸກໃໝ່ ເຊິ່ງຈະລົງເລີກໃນຫົວຂໍ້: Engaging Small Group “Boop Boop” Activity ພາຍໃຕ້ໂຄງການ (Dr. Linda Doeden’s ELTTP Program) ເຊິ່ງຈະບັນຍາຍ ໂດຍວິທະຍາກອນ ທ່ານ ນາງ Sarah MILLER ຜູ້ຊ່ຽງຊານດ້ານພາສາອັງກິດຈາກອົງການ ELIC ປະຈໍາລາວ ເຝິກອົບຮົມໃນຄັ້ງນີ້ຈະໄດ້ຈັດຂຶ້ນໃນວັນທີ 13 ມີນາ (03)2024, ທີ່ຫ້ອງປະຊຸມຂອງ ຄະນະພາສາສາດ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: iro​ su

ພະນັກງານຄູ-ອາຈານສອນພາສາອັງກິດ​ ມສ​ ຈຳນວນ​ 34 ທ່ານ ເຂົ້າຮ່ວມເຝິກອົບຮົມການສອນພາສາອັງກິດໃນຍຸກໃໝ່ Read More »

Chungbuk Provincial University ສ. ເກົາຫຼີ ນຳທີມໂດຍ​ Mr. Kim Yong-Soo President ໄດ້ມາຢ້ຽມຢາມມະຫາວິທະຍາໄລ ສຸພານຸວົງ

: ວັນທີ​ 1 ມີນາ​ 2024 ເວລາ​ 11: 00 ນາທີ​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້​ຕ້ອນ​ຮັບແຂກ​ມາຈາກ​ Chungbuk Provincial University ສ. ເກົາຫຼີ ນຳທີມໂດຍ​ Mr. Kim Yong-Soo President ໄດ້ມາຢ້ຽມຢາມມະຫາວິທະຍາໄລ ສຸພານຸວົງ ເພື່ອຮ່ວມມືແລກປ່ຽນທາງດ້ານວິຊາການ ແລະ ໃຫ້ທຶນການສຶກສາ ສຳລັບ ມສ, ຈຸດປະສົງຫລັກ 1. ສ້າງຫຼັກສຸດຮ່ວມກັນ (2+2) ຮຽນຢູ່ ມສ 2 ປີ ແລະ ຮຽນຕໍ່ຢູ່ທີ່ Chungbuk Provincial Univerversity ເວລາ 2 ປີ 2. ສ້າງຫຼັກສູດການຝຶກອົບຮົມພາສາເກົາຫຼີໄລະຍະສັ້ນ ເພື່ອກະກຽມສອບເສັງ Topic and EPS ເພື່ອສົ່ງເລີມແຮງງນຜູ້ທີ່ມີຕວາມສົນໃນໄປເຮັດວຽກຢູ່ ສ.

Chungbuk Provincial University ສ. ເກົາຫຼີ ນຳທີມໂດຍ​ Mr. Kim Yong-Soo President ໄດ້ມາຢ້ຽມຢາມມະຫາວິທະຍາໄລ ສຸພານຸວົງ Read More »

ກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມພາຍໃຕ້ແຜນງານ Erasmus+ Programme​ (ອອນລາຍ)​

ກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມພາຍໃຕ້ແຜນງານ Erasmus+ Programme ເພື່ອຊຸກຍູ້ ສົ່ງເສີມແຜນງານກິດຈະກຳ, ບັນດານະໂຍບາຍ, ທຶນການສຶກສາ ແລະ ຂໍ້ມູນຕ່າງໆ ໃຫ້ແກ່ສະຖາບັນການສຶກສາ ຊັ້ນສູງ, ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນ ໃນວັນທີ 29 ກຸມພາ 2024, ເວລາ 13:00 ໂມງປາຍ ເປັນຕົ້ນໄປ ຢູ່ທີ່ ໂຮງແຮມ Lao Plaza Hotel, ນະຄອນຫຼວງວຽງຈັນ.​ ໂດຍການຈັດປະຊຸມແບບອອນລາຍ,​ ນຳທີມໂດຍ ທ່ານ​ ປອ.​ສຸລິເດດ​ແກ້ວ​ ບົວລະເພັດ​ ຮອງ​ອະທິການ​ບໍ​ດີ​ ມສ.​ ຄະນະທິມງານຫ້ອງການພົວພັນຕ່າງປະເທດເຂົ້າຮ່ວມ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE​: IRO-SU FACEBOOK​: iro​ su

ກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມພາຍໃຕ້ແຜນງານ Erasmus+ Programme​ (ອອນລາຍ)​ Read More »

Chubu University ປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ​

ວັນທີ​ 26 ກຸມພາ​ 2024​ ເວລາ​9.00 ນາທີ​ ທີ່ຫ້ອງການທ່ານຮອງອະທິການບໍດີ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້​ຕ້ອນ​ຮັບແຂກ​ມາຈາກ​ Chubu University ປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ​ ຈຸດປະສົງ​ເພື່ອ​ປຶກສາຫາລືການຮ່ວມມືລະຫວ່າງສອງມະຫາວິທະຍາໄລ​ ໂດຍສະເພາະແມ່ນການໃຫ້ທຶນການສຶກສາ​ ໃຫ້​ກັບ​ພະນັກງານ​ ຄູອາຈານ​ ພາຍໃນ​ ມສ.​ ເພື່ອໄປຍົກລະດັຍປະລິນຍາເອກຢູ່ປະເທດຍີ່ປຸ່ນ​ ແລະ​ ການຮ່ວມມືດ້ານອື່ນໆ ເປັນກຽດເຂົ້າຮ່ວມໂດຍ​ ທ່ານ​ ຮສ.​ປອ.​ ວົງປະສິດ​ຈັນທະຄູນ​ ຮອງອະທິການບໍດີ​ ມສ.​ ຜູ້ບໍລິຫານ​ການສຶກສາ​ແລະແຂກທີ່ມີກຽດເຂົ້າຮ່ວມ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA FANPAGE : IRO-SU FACEBOOK​: iro-su

Chubu University ປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ​ Read More »

ທ່ານພົນເອກຊາດໄຊ ສາລິກັນຍະ ສະມາຊິກ​ວຸດທິສະພາ​ ປະເທດໄທ​ ແລະຄະນະ ໄດ້​ມາຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ

ວັນທີ​ 22 ກຸມພາ​ 2024​ ເວລາ​ 14.00 ນາທີ​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ບໍ​ດີ​ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້​ຕ້ອນ​ຮັບແຂກ​ ທ່ານພົນເອກຊາດໄຊ ສາລິກັນຍະ ສະມາຊິກ​ວຸດທິສະພາ​ ປະເທດໄທ​ ແລະຄະນະ ໄດ້​ມາຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ​ຢ່າງເປັນທາງການ,​ ທ່ານໄດ້ຮັບຟັງການບັນຍາຍເລື່ອງການກະເສດຂອງມະຫາວິທະຍາໄລ ຫລັງຈາກນັ້ນທ່ານຍັງໄດ້ມີຄຳເຫັນແລກປ່ຽນເລື່ອງສິ່ງແວດລ້ອມ,​ ເລື່ອງນຳເທັກໂນໂລຊີມາປະຍຸກໃຊ້ກັບກະເສດຕະກຳທີ່ທັນສະໄຫມ ແລະ​ສະຫນອງງານວິໄຈໃຫ້ກັບຊຸມຊົນ,​ ນອກຈາກນັ້ນທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນຫລາຍປະເດັນເພື່ອຈະເປັນປະໂຫຍດໃນການພັດທະນາສອງປະເທດໃຫ້ໄປໃນທິດທາງແບບຍືນຢົງ ເປັນ​ກຽດ​ເຂົ້າຮ່ວມ​ໂດຍ​ ທ່ານ​ ຮສ.ປທ.​ ວິລະ​ ອາ​ໂນ​ລັກ​ ຮັກສາ​ການ​ແທນ​ອະທິການ​ບໍ​ດີ, ມສ.​ ຜູ້​ບໍ​ລິ​ຫານ​ການສຶກສາ,​ ຄະນະ​ຜູ້ແທນຈາກປະເທດໄທເຂົ້າຮ່ວມ IRO​ NEWS​ REPORT SOCIAL​ MEDIA WWW.IRO-SU.EDU.LA Fanpage : IRO-SU FACEBOOK​: iro​ SU

ທ່ານພົນເອກຊາດໄຊ ສາລິກັນຍະ ສະມາຊິກ​ວຸດທິສະພາ​ ປະເທດໄທ​ ແລະຄະນະ ໄດ້​ມາຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ Read More »

ມະຫາວິທະຍາເປ່ເຈ້ ຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ​

ວັນທີ​ 20 ກຸມພາ​ 2024​ ເວລາ​ 9.30​ ນາທີ​ ທີ່ຫ້ອງ​ປະຊຸມ​ຊັ້ນ​ 2​ ສຳນັກງານ​ອະທິການ​ບໍ​ດີ​ ມະຫາ​ວິທະຍາໄລ​ສຸພານຸວົງ​ ໄດ້​ຕ້ອນ​ຮັບແຂກ​ມາຈາກ​ ມະຫາ​ວິທະຍາໄລ​ເປເຈ້ ສ.ເກົາຫລີ​ ມາຢ້ຽມຢາມ​ມະຫາ​ວິທະຍາໄລ​ສຸພານຸວົງ​ ຈຸດປະສົງເພື່ອມາແລກປ່ຽນຄວາມຮ່ວມມືທາງດ້ານວິຊາການ,​ໂດຍສະເພາະແມ່ນພາກວິຊາພັດສະດຸສາດແລະ ເລື່ອງAIເພື່ອພັດທະນາສະຖາບັນໃຫ້ໄປສູ່ຄວາມເປັນເລີດ,​ ປຶກສາຫາລືແກ້ໄຂ້ປັນຫາການລົດລົງຂອງນັກສຶກສາມະຫາວິທະຍາໄລ,​ ແລະຈະຂະຫຍາຍພັດທະນາພາກວິຊາອື່ນໃນມະຫາວິທະຍາໄລສຸພານຸວົງ ເປັນກຽດເຂົ້າຮ່ວມໂດຍ​ທ່ານ​ ຮສ.​ປອ.​ວົງປະສິດ​ ຈັນທາຄູນ​ ຮອງອະທິການບໍດີ​ ມສ, ຜູ້ບໍລິຫານ​ການສຶກສາ​ທັງສອງຝ່າຍເຂົ້າຮ່ວມຢ່າງເປັນທາງການ,​ ນອກຈາກນັ້ນທາງຄະນະຝ່າຍເກົາລີກໍໄດ້ໄປທັກສະນະສືກສາຕາມສະຖານທີຕ່າງໆຂອງມະຫາວິທະຍາໄລສຸພານຸວົງອີດ້ວຍ IRO NEWS REPORT Social​ media WWW.IRO-SU.EDU.LA Fanpage: iro-su Facebook​: iro​ SU

ມະຫາວິທະຍາເປ່ເຈ້ ຢ້ຽມຢາມ​ ມະຫາ​ວິທະຍາໄລ​ສຸພານຸວົງ​ Read More »

Scroll to Top