ຮ້ານປື້ມດີບຸກໄດ້ບໍລິຈາກປື້ມຈຳນວນ 13 ຫົວ ໃຫ້ກັບຫໍສະຫມຸດ ມະຫາວິທະຍາໄລສຸພານຸວົງ
ວັນທີ 20 ພຶດສະພາ 2024 ຄະນະຫ້ອງການພົວພັນຕ່າງປະເທດ, ມສ. ນຳທີມໂດຍ ທ່ານ ທອງຄຳ ຮຸ່ງສະຫວາດ ຫົວໜ້າຫ້ອງການພົວພັນຕ່າງປະເທດ ໄດ້ເປັນຕົວແທນ ວິສາຫະກິດສ່ວນບຸກຄົນ ຮ້ານປື້ມດີບຸກ ຮ່ອມ 10, ບ້ານພະຂາວ, ເມືອງໄຊທານີ,ນະຄອນຫຼວງວຽງຈັນ ທີ່ໄດ້ບໍລິຈາກປື້ມຈຳນວນ 13 ຫົວ ລວມເປັນເງິນ 2,000,000 ກີບ ເພື່ອມອບໃຫ້ກັບຫໍສະຫມຸດ ມະຫາວິທະຍາໄລສຸພານຸວົງ ສືບຕໍ່ໄປ ໃນນາມຫ້ອງການພົວພັນຕ່າງປະເທດ ຂໍອວຍພອນໄຊໃຫ້ທາງຮ້ານຄ້າຂາຍຫມານ ປະສົບແຕ່ຄວາມຮຸ່ງເຮືອງໃນຊີວິດຫນ້າທີວຽກງານ ລ້ຳລວຍເງິນທອງ
ຮ້ານປື້ມດີບຸກໄດ້ບໍລິຈາກປື້ມຈຳນວນ 13 ຫົວ ໃຫ້ກັບຫໍສະຫມຸດ ມະຫາວິທະຍາໄລສຸພານຸວົງ Read More »