ການຮ່ວມມືພາຍໃນ Click here ມະຫາວິທະຍາໄລ ສຸພານຸວົງ ໄດ້ມີການພົວພັນ ແລະ ຮ່ວມມືກັບບັນດາກະຊວງ, ພະແນກການຕ່າງໆ, ອົງການຈັດຕັ້ງ ທີ່ກ່ຽວຂ້ອງພາຍໃນ, ລວມທັງການພົວພັນຮ່ວມມືກັບສະຖາບັນການສືກສາພາຍໃນ ແລະ ຕ່າງປະເທດ. ມະຫາວິທະຍາໄລ ສຸພານຸວົງ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈທາງດ້ານວິຊາການ (MOU) ພານໃນ ສປປ ລາວ ທັງໝົດ 11 ສະບັບ ດັ່ງລຸ່ມນີ້: 1. ມະຫາວິທະຍາໄລ ແຫ່ງຊາດລາວ 2. ມະຫາວິທະຍາໄລ ຈຳປາສັກ 3. ມະຫາວິທະຍາໄລ ສະຫວັນນະເຂດ 4. ສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງພະບາງ 5. ສະຖາບັນການເງິນດົງຄຳຊ້າງ 6. ສະຖາບັນຍຸດຕິທຳພາກເໜືອ 7. ສະມາຄົມນັກທຸລະກິດໜຸ່ມ ແຂວງ ຫຼວງພະບາງ 8. ວິທະຍາໄລ ລາວນາໆຊາດ 9. ບໍລິສັດ Unitel 10. ບໍລິສັດລາວໂທລະຄົມ 11. ບໍລິສັດຍຸດທະສາດການພັດທະນາລາວຈຳກັດຜູ້ດຽວ ສຳລັບການເຊັນສັນຍາການຮ່ວມມືດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ກັບ ສະຖາບັນຕ່າງໆ ພາຍໃນ ສປປ ລາວ, ລັດຖະບານບໍ່ໄດ້ກຳນົດຮ່າງສັນຍາໃຫ້ ມີແຕ່ທັງສອງຝ່າຍເຫັນດີ ແລະ ສ້າງຂຶ້ນຮ່ວມກັນ ແລະ ການເຊັນສັນຍາກໍບໍ່ຈຳເປັນຕ້ອງຂໍອະນຸມັນ ຈາກ ລັດຖະບານ ແຫ່ງ ສປປ ລາວ.